วันศุกร์ที่ 12 ธันวาคม พ.ศ. 2557

ເພງດັງໃນອາດີດ

                     ບົດເພງ ກຸຫລາບປາກຊັນ


 ແດນດິນຖິ່ນໄກ                                    ເຫລື່ອຕາ
 ຢູ່ສຸດນະພາ                                         ຍັງມີດອກຟ້າແສນງາມ
ຫາກໃຜໄດ້ເຫັນຕ້ອງມົວຫລົງ                     ເຝົ້າຝັນພະວົງຫລົງຕິດຕາມ
ສາວເອີຍສາວງາມ                                 ງາມເຫລືອໃຈ

ງາມຈິ່ງດັງຄຳ                                        ເຂົາຊົມ
ຫາກໄດ້ສຸກສົມ                                     ຊື່ນຊົມກັບນ້ອງຊົມໃຈ
ອ້າຍຂໍໄຝຝັນແຕ່ນາງດຽວ                        ບໍ່ຂໍຍຸ້ງກ່ຽວ ຍິງອື່ນໃດ
ເຝົ້າແຕ່ຫລົງໄຫລ                                  ໄຝຝັນໃຈປອງ

ໂອ ກຸຫລາບ                                        ສະຫວັນ
ແຫ່ງເມືອງປາກຊັນ                                 ທີ່ອ້າຍໄຝຝັນ ຫມາຍປອງ
ໃຈຫວັງຄູ່ຄຽງປະຄອງ                              ກຸຫລາບເປັນສີດັ່ງທອງ
ເມື່ອຍາມແສງສ່ອງ                                 ຈາກດວງສຸລີ

ຍາມແລງຄ່ຳລົງ                                    ນ້ຳຊັນ
ໂອບໍລິຄັນ                                         ນ້ຳຊັນໄຫລຜ່ານໃສດີ
ແລເຫັນຫມູ່ສາວເຈົ້າລອ່ງລອຍ                  ຫມູ່ປາໃຫຍ່ນ້ອຍ ລອຍຫລີ້ນຄີ
ສິ້ນແສງສຸລີ                                        ສອດສີແສງຈັນ....
ແຕ່ງໂດຍ: ສຸຣິວັດ ຣັດຕະນະສະຫວັນ

ປະຫວັດ

     
       ພຣະທາດຫຼວງວຽງຈັນຕັ້ງຢູ່ສົ້ນສຸດທາງທິດຕາເວັນອອກຂອງຖະໜົນທາດຫຼວງ ບ້ານ ທາດຫຼວງເມືອງໄຊເສດຖາ ນະຄອນຫຼວງວຽງຈັນ. ເປັນປູຊະນິຍະສະຖານບູຮານອັນເປັນສັນຍະລັກຂອງປະເທດລາວ ແລະ ເປັນມິ່ງຂວັນຂອງປະຊາຊົນລາວກໍຄືຊາວພຸດທັງສອງຟາກຝັ່ງ ແມ່ນ້ຳຂອງ.
ຕາມຕຳນານອຸລັງຄະທາດ ພຣະທາດຫຼວງຖືກສ້າງຂຶ້ນເທື່ອທີໜຶ່ງໃນປີພສ 236 (ກ່ອນ ຄສ 307 ປີ)ສະໄໝສ້າງເມືອງວຽງຈັນ,ໂດຍພຣະເຈົ້າ ຈັນທະບຸຣີ ປະສິດທິຈັກ ພ້ອມດ້ວຍພຣະອໍຣະຫັນຫ້າອົງ (ພຣະສົງລາວ) ທີ່ກັບມາຈາກການສຶກສາທຳມະ ແລະ ໄດ້ນຳເອົາພຣະບໍຣົມມະ ທາດ(ກະດູກ)ຂອງພຣະພຸດທະເຈົ້າມາຈາກປະເທດອິນເດຍ. ການສ້າງພຣະທາດຫຼວງເທື່ອທຳອິດນັ້ນ ພຽງແຕ່ກໍ່ເປັນອຸມຸງຫິນກວມພຣະບໍຣົມມະທາດເທົ່ານັ້ນ ແລະ ມີຮູບສີ່ລ່ຽມ, ກວ້າງດ້ານ ລະຫ້າວາ, ໜາສອງວາ ແລະ ສູງສີ່ວາສາມສອກ.
         ປີຄສ 1566 ພາຍຫຼັງການຍ້າຍນະຄອນຫຼວງຈາກຫຼວງພຣະບາງລົງມາຕັ້ງຢູ່ວຽງຈັນ(ຄສ 1560) ພຣະເຈົ້າໄຊຍະເສດຖາທິລາດ ໄດ້ກໍ່ສ້າງພຣະທາດຫຼວງເປັນເທື່ອທີສອງ ແລະ ໄດ້ສ້າງເປັນທາດໃຫຍ່ກວມອຸມຸງຫິນອັນເກົ່າ ເຊິ່ງມີພຣະທາດນ້ອຍສາມສິບອົງອ້ອມພຣະທາດໃຫຍ່ ເປັນບໍລິວານ ພ້ອມດ້ວຍກົມມະລຽນ ແລະ ຫໍໄຫວ້ທັງສີ່ທິດ. ໃນທາດນ້ອຍແຕ່ລະອົງນັ້ນເພິ່ນໄດ້ເອົາຄຳໜັກສີ່ບາດ ຫຼໍ່ເປັນທາດນ້ອຍໆບັນຈຸໄວ້ເຊິ່ງມີໃບລານທີ່ເຮັດດ້ວຍຄຳຍາວສອກປາຍ(ສອກກຳ) ແລະ ຈາລຶກພາສາບາລີດ້ວຍອັກສອນທຳຮອງໄວ້ທຸກອົງ. ເມື່ອກໍ່ສ້າງສຳເລັດເພິ່ນໄດ້ໃສ່ຊື່ພຣະທາດວ່າພຣະເຈດີໂລກະຈຸລາມະນີແຕ່ຄົນສ່ວນຫຼາຍມັກເອິ້ນວ່າທາດຫຼວງ ເຊິ່ງມີ ຄວາມໝາຍວ່າທາດທີ່ໃຫຍ່. ພາຍຫຼັງສ້າງສຳເລັດລົງໃນປີຄສ 1570 ຍັງບໍ່ທັນໄດ້ສະຫຼອງ,ພຣະເຈົ້າໄຊຍະເສດຖາທິລາດໄດ້ເດິນທາງລົງໄປເມືອງອັດຕະປືແລ້ວ ຫາຍສາບສູນໄປໃນ ປີ ຄສ 1571.
         ປີຄສ 1827 ສະໄໝຂອງພຣະເຈົ້າອະນຸວົງ(ວິລະກະສັດ),ນະຄອນຫຼວງວຽງຈັນຖືກສັກດິ ນາຕ່າງດ້າວທຳລາຍລົງຢ່າງຮາບກ້ຽງ,ກຳແພງນະຄອນຖືກມ້າງເພ,ຫໍໂຮງ ແລະ ວັດວາອາຮາມນັບເປັນຮ້ອຍໆວັດຖືກຈູດເຜົາເປັນເທົ່າຖ່ານ, ອົງພຣະທາດຫຼວງທີ່ສະຫງ່າງາມມາແຕ່ບູຮານນະການຈຶ່ງກາຍເປັນທາດຮ້າງຢູ່ກາງປ່າ.ປີຄສ 1876 ໂຈນຫໍ້ໄດ້ມາມ້າງເພພຣະທາດນ້ອຍອ້ອມພຣະທາດໃຫຍ່ນັ້ນເພື່ອຊອກຫາເງິນຄຳ ແລະວັດຖຸມີຄ່າທີ່ຝັງຢູ່ໃນພຣະທາດ ຈຶ່ງເຮັດໃຫ້ພຣະທາດຫຼວງທີ່ເປ່ເພຢູ່ແລ້ວນັ້ນຍິ່ງເປ່ເພ
ລົງຕື່ມອີກ.
          ປີຄສ 1900 ເມື່ອຝຣັ່ງໄດ້ປະເທດລາວແລ້ວພວກເຂົາໄດ້ທຳການສ້ອມແປງສ່ວນຍອດຂອງພຣະທາດແຕ່ມີຮູບຊົງແຕກຕ່າງຈາກຮູບເກົ່າ ແລະ ໃນເທື່ອນີ້ມີຜູ້ເຖົ້າເລົ່າວ່າຜູ້ສ້ອມແປງໄດ້ເອົາຈາກຍອດພຣະທາດໄປ. ອີກຕໍ່ມາ ປີຄສ 1929 ລາຊະການຝຣັ່ງໄດ້ມີການສ້ອມແປງຄັ້ງໃຫຍ່ຈົນຮອດປີຄສ 1935 ຈຶ່ງສຳເລັດ. ການສ້ອມແປງເທື່ອນີ້ແມ່ນໄດ້ສ້ອມແປງຍອດພຣະ ທາດ,ສ້ອມແປງ ກົມມະລຽນ, ຫໍໄຫວ້ທາງຕາເວັນຕົກ ແລະ ທາດນ້ອຍທີ່ເພພັງໃຫ້ມີຮູບຊົງຄືເກົ່າ.
        ປີຄສ 1957 ເມື່ອປະເທດລາວໄດ້ຮັບອິດສະລະພາບເປັນເອກະລາດສົມບູນ ລັດຖະບານລາວພາຍໄຕ້ພຣະບໍລົມມະຊູປະຖຳຂອງພຣະເຈົ້າສີສະຫວ່າງວົງ ໄດ້ນຳພາປະຊາຊົນເຮັດບຸນສະເຫຼີມສະຫຼອງອາຍຸພຣະພຸດທະສາດສະໜາຄົບຮອບ 2500ປີ (ພສ 2500) ຈຶ່ງໄດ້ທຳການ ຟອກຄຳແຕ່ສ່ວນກາງຂຶ້ນໄປ ແລະ ໄດ້ປັ້ນພຣະບໍລົມມະຮູບ ຂອງພຣະເຈົ້າໄຊຍະເສດຖາທິລາດປະດິດສະຖານໄວ້ ທາງດ້ານຕາເວັນຕົກ ຊື່ກັບປະຕູເຂົ້າກົມມະລຽນ ເພື່ອເປັນອະນຸສາວະລີ ທີ່ ພຣະອົງໄດ້ຊົງສ້າງພຣະທາດຫຼວງຂຶ້ນໃຫ້ເປັນທີ່ສັກກະລະບູຊາຕໍ່ມາ.
       ພຣະທາດຫຼວງສູງ 45 ແມັດ, ມີໃບສີມາອ້ອມ 228 ໃບ, ມີບໍລິວານ(ທາດນ້ອຍ) 30 ອົງ ອ້ອມຮອບເອິ້ນວ່າປາລະມີສາມສິບທັດ, ຕີນພຣະທາດແຕ່ດ້ານຕາເວັນອອກຫາດ້ານຕາເວັນຕົກຍາວ 69 ແມັດ, ແຕ່ດ້ານເໜືອເຖິງດ້ານໃຕ້ຍາວ 68 ແມັດ ແລະ ກົມມະລຽນດ້ານນອກອ້ອມ ພຣະທາດຫຼວງແຕ່ລະດ້ານຍາວ 91.75 ແມັດ.

วันอังคารที่ 30 กันยายน พ.ศ. 2557

ພາສາລາວ+ວັນນະຄະດີ

      ສິທທິກາຣິຍະ ຄາຖາແມ່ນ້ຳທັງ 5 ນີ້ ເປັນຄາຖາໃຊ້ສູດເສຍເຄາະ ເສຍ ເສຍເຂັນ ແຕ່ງແກ້ ປົວ (ຮັກສາ) ຜີບ້າ ແລະ ສູດແກ້ອຸບາດ ທຸກຢ່າງໄດ້ໝົດ ພໍ່ໃຫຍ່ນີ ຈິຕປັນຍາ ບ້ານພືດອຸດອນ ບ້ານເປືອຍ ເມືອງ ນ້ຳຍືນ ຄັດຈາກໜັງສື ໃບລານມາໃຫ້ ຄາຖານີ້ໃຊ້ສູດປະຈຳທຸກຄືນ ນອກຈາກຈະເສຍເຄາະໄດ້ແລ້ວຍັງ ເຮັດໃຫ້ລ້ຳລວຍໄດ້ອີກ ຄາຍມີຂັນ 5 ຂັນ 8 ເງິນ 6 ສະຫຼຶງທຽນເຫຼັ້ມບາດໜຶ່ງ ຄູ່ ຍົກຄູວັນພະຫັດ ຖ້າເສຍເຄາະ ໃຫ້ເອົາ ນ້ຳສົ້ມປ່ອຍເຮັດນ້ຳມົນຫົດຫົວ ແລະ ອາບຈະດີແລ. ວັນຍົກຄູນັ້ນ ໃຫ້ເອົາຂັນ 5 ຂັນ8 ນັ້ນໃສ່ລົງໃນຈານ ຫຼື ຂັນສີຂາວ ວ່າ ຄຳບູຊາດອກໄມ້ ແລະ ວ່າ ນະໂມ ຕັສສະ..... ສັມມາສັມພຸທທັສສະ 3ຈົບ ແລ້ວຂໍຄາຖາແມ່ນ້ຳທັງ 5 ມາຄ້ຳຄູນໃຫ້ແກ່ຕົນ ຫົດນ້ຳມົນຄົນຖືກໃສ່ຖືກລອງກໍ່ ຫາຍ ຖອດຫວ້ານກະຈືດແລ ຄາຖາວ່າດັ່ງນີ້: ພຸທທັງສິດທິ ອຸທະກັງ ນ້ຳອອກບໍ່ເຢັນດີ ອອກມາແຕ່ປາກຣາຊະສີຕົວ ຜ່ານແຜ້ວ ອອກມາແຕ່ປາກຊ້າງແກ້ວ ກຸນຊະໂຣ ຍະຖາປູຣັງ ກະຍັງເຕັມດີດັ່ງ ເກົ່າ ອົມສິດທິສະຫົມ ທັມມັງ ສິດທິ ອຸທະກັງ ນ້ຳອອກບໍ່ເຍັນດີ ອອກມາແຕ່ປາກນາຄາຕົວແກ່ ອອກຈາກປາກແມ່ແພະແກ້ວຕົວຢູ່ຈອມເຂົາ ເປັນເຫຼົາຫຼວງເອົາໂປເປວເປັ່ງ ອົມ ສິດທິສະຫົມ ສັງຄັງສິດທິ ອຸທະກັງ ນ້ຳອອກບໍ່ຊຶມຊາຍ ອອກມາຫຼາຍເຫຼືອແຫຼ່ ຈົ່ງ ຄອຍລ້ຽງພໍ່ແມ່ ແລະ ລູງຕາ ຈົ່ງຄອຍລ້ຽງທາສີ ທາສາ ແລະ ຂ້ອຍຂ້າ ຈົ່ງ ຄອຍລ້ຽງຊ້າງມ້າ ແລະ ງົວຄວາຍ ຢ່າໄດ້ບົກເປັນຫາດ ຢ່າໄດ້ຂາດເຂີນວັງ ສັພ ພະກະລັງ ນະຂີຍັນຕິ ກໍ່ຍັງເຕັມດີດັ່ງເກົ່າ ອົມສິດທິສະຫົມ ອົມສະຊື້ນ ນ້ຳໄຫຼລື້ນລົ້ນເໜືອແຜ່ນທໍລະນີ ມາແຕ່ອະໂນນາດສະນາທີ ນ້ຳກໍ່ໄຫຼກອດກ້ຽວເມືອຂວາ ປະວຸຕຕິຄົງຄາ ໄຫຼມາຊິຊົ່ວ ໄຫຼຜ່ານປ່າດົງດອນ ນາມກອນຊື່ວ່າ ພຣະພຸທທະຄຸນ ໄປເປັນອູບແກ້ວມູ່ງຄຳ ນ້ຳທິບບໍ່ທອງ ຟອງຟາ ຕ້ອງທັກຂິນີປັນຈະນາທີ ນ້ຳອັນນີ້ກໍ່ມີ 5 ແມ່ນ້ຳ ອັນໃຫຍ່ເຫຼືອຫຼາຍ ຊື່ວ່າ ອະ ໂນ ຄຸງຄາ ຍະມຸນາ ອາເຈຣະວະດີ ມະຫິສສາ ອາກອນແກ້ວແກມຄຳເດຍລະ ດາດ ຫຍາດທົ່ວພື້ນຊື່ນໃສງາມ ອັນໄຫຼຫຼາມມາດ້ວຍໝູ່ແຂ້ ແລະ ມັງກອນສອນ ລອນເປັນທີ່ຢູ່ ແຫ່ງໝູ່ມັດສາພາຮ້ອຍ ກູຈັກຫົດຄຶງຄົນແຕ່ລະນ້ອຍ ໃຫ້ໄດ້ເງິນ ຄຳ ເສື້ອ ແລະ ຜ້າມາຫຼາກຫຼາຍທັງງວຍຄວາຍເກີດມາພໍພັນແມ່ ຈົ່ງຄ່ອຍແຜ່ມາ ຮອດທິບພະຫ້ອງຫົນໃດ ໃຫ້ໄດ້ດັ່ງຄຳຄະນິງ ສັພພະໂຣຄາລະງັບ ໂຍວິນາວິ ນາສອຸບາດ ສະຫາຍະ ອົມສົ້ມປ່ອຍກູບໍ່ວ່າສົ້ມປ່ອຍ ກູສິວ່າສົ້ມສາລາ ກູຈັກສົບໃສ່ຊ້າງກໍ່ຫັນໜ້າ ຕ່າວຄືນ ກູຈັກສົບໃສ່ຄົນໆກໍ່ຢ້ານ ກູຈັກສົບໃສ່ຜີໆກໍ່ຜ່າຍ ກູຈັກສົບໃສ່ມັນດຳ ແລະ ຢາແຝດ ຢາແຜດຊ້າງ ໝູ່ສະເໜ່ກໍ່ຫາຍໝົດຊ້ຳ ກູຈັກສົບໃສ່ນ້ຳ ນ້ຳກໍ່ ເຟືອນຟາດທັງວັງ ກູຈັກສົບໃສ່ປາ ປາກໍ່ຜ່າຍໜີຈາກນ້ຳ ກູຈັກສົບໃສ່ຜີເຊື້ອນ້ຳໆ ກໍ່ລ່ວງໜີຮອດເມືອງຈີນ ພໍຕາເວັນທ່ຽງກໍ່ມີໝູ່ມັດສາ ສັງຂະຍາແລຮ້ອຍ ນາກບໍ່ ນ້ອຍກໍ່ມາຢູ່ອາໃສນ້ຳໄຫຼໄປທົ່ວຫ້ອງ ໄປທົ່ວຫ້ອງຈັກກະຣະຊຸມພູ ຄົນທັງຫຼາຍ ເຫັນກໍ່ຍິນດີຊົມຊື່ນຄົນຢູ່ໃນແຜ່ນພື້ນທໍລະນີ ອາບແລ້ວຫິ້ວຫາບເອົາໜີ ນ້ຳອັນນີ້ບໍ່ ຫ່ອນບົກເປັນຫາດ ນ້ຳອັນນີ້ບໍ່ຫ່ອນຂາດເປັນວັງ ບໍ່ຫ່ອນຂາດແຫ້ງໄດ້ສັກຍາມ ດູ ໃສງາມແວ່ນວິເສດ ກູຈັກຫົດສົງເກດພະຍາອິນທາ ກູຈັກຫົດທ້າວພະຍາ ແລະ ເສນາອາມາດ ໃຈສະຫຼາດ ແລະ ອົງອາດສູ່ສົງຄາມ ໃຫ້ເຂົາເກງຂາມພ້ອມພັ່ງ ປູນປຽບດັ່ງທ້າວມະໂຫສົດ ຜູ້ຜາກົດດ້ວຍ ປັນຍາເປັນອຳນາດ ນ້ຳອັນນີ້ບໍ່ແມ່ນ ນ້ຳຊາກ ນ້ຳດາຍນ້ຳອັນນີ້ກໍ່ຫາກໄດ້ມາແຕ່ປູ່ພະເຈົ້າລືສີ ກູຈັກຫົດຄີງຄົນແລໃຫ້ ໄດ້ເງິນ ແລະ ຜ້າ ໄດ້ມາເຫຼືອຫຼາຍທັງງວຍຄວາຍເກີດມາພໍພັນແມ່ ຄ່ອຍແຜ່ໄປ ຮອດທິພພະຫ້ອງຫົນໃດໃຫ້ໄດ້ດັ່ງຄຳຄະນິງ ສັພພະໂຣຄາລະງັບ ສັພພະພະຍາ ລະງັບ ໂຍວິນາສ ອຸບາດ ສະຫາຍະ ອົມສົ້ມປ່ອຍ ກູບໍ່ວ່າສົ້ມປ່ອຍ ກູຈັກວ່າສັມສາລິກີ ກູຈັກສົບໃສ່ຊ້າງ ຊ້າງ ກໍ່ເກີດເປັນຊ້າງເຜືອກ ແລະ ຜະລາຍວັນ ກູຈັກສົບໃສ່ມ້າມ້າກໍ່ເປັນມ້າພະລາຫົກ ກູຈັກສົບໃສ່ຄວາຍ ຄວາຍກໍ່ເກີດມາເປັນຄວາຍເຂົາແກ້ວ ກູຈັກສົບໃສ່ໄມ້ໄມ້ກໍ່ ເກີດເປັນຕົ້ນພ້າວ ແລະ ລຳຕານ ກູຈັກສົບໃສ່ສາວ ສາວກໍ່ເຂົ້າມາສູ່ ກູຈັກສົບ ໃສ່ຊູ້ ຊູ້ກໍ່ເຂົ້າມາຫາ ອົມພຸທໂທ ມະຫາພຸທໂທ ກູຈັກສົບໃສ່ພະຍາ ພະຍາກໍ່ໄດ້ຂື້ນນັ່ງແທ່ນ ແກ້ວ ກູຈັກສົບໃສ່ຊ້າງ ຊ້າງກໍ່ເຂົ້າມາແທນຄວານ ກູຈັກສົບໃສ່ຊູ້ ຊູ້ກໍ່ເຂົ້າມາຫາ ກູຈັກສົບໃສ່ສວນ ສວນກໍ່ເຕັມດ້ວຍໝາກໄມ້ ກູຈັກສົບໃສ່ເທພພະທ່ອນໄທ້ ກໍ່ມາໃຫ້ພອນ ອົມອິນທາ ມະຫາອິນທາ ໃຫ້ເຈົ້າລົງມາເອົານ້ຳພຸທທາພິເສກອະນັນເນກ ຝູງເຜດ ແລະ ຜີ ຂອງບໍ່ດີກໍ່ໃຫ້ຫາຍໝົດກ້ຽງໃຫ້ເຈົ້າລົງມາລ້ຽງຜູ້ຄົນ ສາລະວົນ ຈີ່ໃຈ້ຈົ່ງໃຫ້ແກ້ຄີງບາງ ເພິ່ນໃສ່ຫວ້ານກ້ານໜາ ກູແກ້ກູສາ ເພິ່ນໃສ່ຢາກ້ານກ່ຳ ກູແກ້ກູສາ ເພິ່ນໃສ່ຮຸ່ນຝັງຮອຍ ກູແກ້ກູສາ ຄີງຜອມເຫຼືອງເປັນພະຍາດຮ້າຍ ກູແກ້ກູສາ ເຄາະຮ້າຍຄາດເຖິງຄີງ ກູແກ້ກູສາ ເຫັນລາງໝາ ແລະ ຟານເຫົ່າ ກູແກ້ກູສາ ມີນົກເຄົ້າຮ້ອງກູກເອົາຂວັນ ກູແກ້ກູສາ ຂອງບໍ່ຄວນຕົກກາງບ້ານ ກູແກ້ກູສາ ເຫັນລາງງູ ແລະ ໜອນໄຕ່ ກູແກ້ກູສາ ໜຶ້ງເຂົ້າແດງເປັນເລືອດ ກູແກ້ກູສາ ກູຈັກສາເມືອພູເຂົາຂັນ ກູຈັກສາເມືອກ້ຳເຂົ້າຂຽວ ຂໍເທວະດາຈົ່ງມາຮັກສາ ກໍ່ຢ່າມີເຄາະຮ້າຍໃນເນື້ອໃນກາຍ ຂອງເຈົ້າຊື່............ຈົ່ງຫາຍອອກຈາກເນື້ອ ຈົ່ງຫາຍອອກຈາກກາຍ ເພາະຮ້າຍຢ່າມາພານ ພະຍາມານຈົ່ງຢ່າໄດ້ມາໄກ້ ເຄາະເຈັບໃນເຈັບນອກ ເຄາະປວດຫົວມົວເກົ້າ ພະຍາດເຂົ້າໃນຄີງ ຜີສິງຢູ່ໃນເນື້ອ ເຮື່ອໃນຄີງເປັນພະຍາດ ຄົນອາຄາດປອງຂ້າ ພະຍາປອງເປັນໂທດ ຂໍຈົ່ງໃຫ້ຫາຍ ໃຫ້ຍ້າຍ ໃຫ້ໜີອອກມາກເຈົ້າສາມື້ນີ້ ນະ ໂມພຸດທັດ ກຳຈັດ ອອກໄປ ທຳໂມທຳມັດ ກຳຈັດອອກໄປ ສັງໂຄສັງຄັດ ກຳຈັດອອກໄປ ຫຸລູ ຫຸລູ ຫຸລູ ສະຫວາຫາຍຍະ ພຣະ ອາທິດເທວາ ທ້າວເທບຜູ້ມີລິດ ຈົ່ງສະເດັດລົງມາສະເຫວີຍອາ ຍຸຄຸ້ມທາຕເຈົ້າຕົນໝູ່ນີ້ທັງ 6 ພະອົງ ຈົ່ງວຽນລ້ອມຄອບທະນູ ມັງກອນ ກຸມພາ ມີນາ ເມສາ ພຶດສະພາ ມິຖຸນາ ກໍລະກົດ ສິງຫາ ກັນຍາ ຕຸລາ ພະຈິກ ໃນ 12 ລາສີປີນີ້ເຈົ້າຕົນໝູ່ນີ້ຕ້ອງເຄາະ ຕ້ອງໂພຍ ຕ້ອງໄພ ຕ້ອງສະໜຽດຈັງໄຮຕ້ອງ ເຄາະຕົວໃດໆກໍ່ດີ ວິນຍານະສັມປັນໂນ ອິຕິປິໂສພະຄະວາ ສະວະຫາຍະ ພະຈັນທະເທວາ ທ້າວເທພຜູ້ມີລິດ ຈົ່ງສະເດັດລົງມາສະເຫວີຍອາຍຸຄຸ້ມ ທາຕຸ ເຈົ້າຕົນໝູ່ນີ້ທັງ 15 ພະອົງ ຈົ່ງວຽນລ້ອມຄ້ອມ ທະນູ ມັງກອນ ກຸມພາ ມີນາ ເມສາ ພຶດສະພາ ມິຖຸນາ ກໍລະກົດ ສິງຫາ ກັນຍາ ຕຸລາ ພະຈິກ ໃນສິບ ລາສີປີນີ້ ເຈົ້າຕົນໝູ່ນີ້ ຕ້ອງເຄາະ ຕ້ອງໂພຍ ຕ້ອງໄພ ຕ້ອງເຄາະສະໜຽດຈັງ ໄຮ ຕ້ອງເຄາະຕົວໃດໆກໍ່ດີ ວິນຍານະສັມປັນໂນ ພະຄະວາ ສະວະຫາຍະ ພຣະອັງຄານເທວາ ທ້າວເທພຜູ້ມີລິດ ຈົ່ງສະເດັດລົງມາສະເຫວີຍອາຍຸຄຸ້ມ ທຸຕຸ ເຈົ້າຕົນໝູ່ນີ້ທັງ 8 ພະອົງຈົ່ງວຽນລຽນລ້ອມຄອບ ທະນູ ມັງກອນ ກູມພາ ມີນາ ເມສາ ພຶດສະພາ ມິຖຸນາ ກໍລະກົດ ສິງຫາ ກັນຍາ ຕຸລາ ພະຈິກ ໃນສິບ ສອງລາສີປີນີ້ ເຈົ້າຕົນໝູ່ນີ້ ຕ້ອງເຄາະ ຕ້ອງໂພຍ ຕ້ອງໄພ ຕ້ອງເຄາະສະໜຽດ ຈັງໄຮ ຕ້ອງເຄາະຕົວໃດໆກໍ່ດີວິນຍານະສັມປັນໂນ ອິຕິປິໂສພະຄະວາ ສະວະ ຫະຍະ ພຣະພຸທເທວາ ທ້າວເທພຜູ້ມີລິດ ຈົ່ງສະເດັດລົງມາສະເຫວີຍ ອາຍຸຄຸ້ມທາ ຕຸເຈົ້າຕົນໝູ່ທັງ 17 ພະອົງຈົ່ງວຽນລຽນລ້ອມຄອບ ທະນູ ມັງກອນ ກູມພາ ມີນາ ເມສາ ພຶດສະພາ ມິຖຸນາ ກໍລະກົດ ສິງຫາ ກັນຍາ ຕຸລາ ພະຈິກ ໃນສິບສອງ ລາສີປີນີ້ ເຈົ້າຕົນໝູ່ນີ້ ຕ້ອງເຄາະ ຕ້ອງໂພຍ ຕ້ອງໄພ ຕ້ອງເຄາະຂີ້ໜຽດຈັງໄຮ ຕ້ອງເຄາະຕົວໃດໆກໍ່ດີ ວິນຍານະສັມປັນໂນ ອິຕິປິໂສພະຄະວາ ສະວະຫາຍະ ພຣະພະຫັດເທວາ ທ້າວເທພຜູ້ມີລິດ ຈົ່ງສະເດັດລົງມາສະເຫວີຍອາຍຸຄຸ້ມ ທາຕຸ ເຈົ້າຕົນໝູ່ນີ້ທັງ 19 ພະອົງຈົ່ງວຽນລຽມລ້ອມຄອບ ທະນູ ມັງກອນ ກູມພາ ມີນາ ເມສາ ພຶດສະພາ ມິຖຸນາ ກໍລະກົດ ສິງຫາ ກັນຍາ ຕຸລາ ພະຈິກ ໃນສິບ ສອງຣາສີປີນີ້ ເຈົ້າຕົນໝູ່ນີ້ ຕ້ອງເຄາະ ຕ້ອງໂພຍ ຕ້ອງໄພ ຕ້ອງເຄາະຂີ້ໜຽດ ຈັງໄຮ ຕ້ອງເຄາະຕົວໃດໆກໍ່ດີ ວິຍານະສັມປັນໂນ ອິຕິປິໂສພະຄະວາ ສະວະຫາ ຍະ ພຣະສຸກເທວາ ທ້າວເທພຜູ້ມີລິດ ຈົ່ງສະເດັດລົງມາສະເຫວີຍອາຍຸຄຸ້ມທາ ຕຸ ເຈົ້າຕົນໝູ່ນີ້ທັງ 21 ພຣະອົງ ຈົ່ງວຽນລຽນຮອບຄອບ ທະນູ ມັງກອນ ກູມພາ ມີນາ ເມສາ ພຶດສະພາ ມິຖຸນາ ກໍລະກົດ ສິງຫາ ກັນຍາ ຕຸລາ ພະຈິກ ໃນສິບ ສອງຣາສີປີນີ້ ເຈົ້າຕົນໝູ່ນີ້ ຕ້ອງເຄາະ ຕ້ອງໂພຍ ຕ້ອງໄພ ຕ້ອງເຄາະຂີ້ໜຽດ ຈັງໄຮ ຕ້ອງເຄາະຕົວໃດໆກໍ່ດີ ວິນຍານະສັມປັນໂນ ອິຕິປິໂສພະຄະວາ ສະວະ ຫາຍະ ພຣະເສົາເທວາ ທ້າວເທພຜູ້ມີລິດ ຈົ່ງສະເດັດລົງມາສະເຫວີຍ ອາຍຸຄຸ້ມ ທາຕຸເຈົ້າຕົນໝູ່ນີ້ທັງ 10 ພຣະອົງຈົ່ງວຽນລຽນລ້ອມຄອບ ທະນູ ມັງກອນ ກູມພາ ມີນາ ເມສາ ພຶດສະພາ ມິຖຸນາ ກໍລະກົດ ສິງຫາ ກັນຍາ ຕຸລາ ພະຈິກ ໃນສິບສອງຣາສີປີນີ້ ເຈົ້າຕົນໝູ່ນີ້ ຕ້ອງເຄາະ ຕ້ອງໂພຍ ຕ້ອງໄພ ຕ້ອງເຄາະຂີ້ ໜຽດຈັງໄຮ ຕ້ອງເຄາະຕົວໃດໆກໍ່ດີ ວິນຍານະສັມປັນໂນ ອິຕິປິໂສພະຄະວາ ສະວະຫາຍະ ພຣະຣາຫູເທວາ ທ້າວເທພຜູ້ມີລິດ ຈົ່ງສະເດັດລົງມາສະເຫວີຍຄຸ້ມທາຕຸ ເຈົ້າຕົນໝູ່ນີ້ທັງ 12 ພຣະອົງຈົ່ງວຽນລຽນລ້ອມຄອບ ທະນູ ມັງກອນ ກູມພາ ມີນາ ເມສາ ພຶດສະພາ ມິຖຸນາ ກໍລະກົດ ສິງຫາ ກັນຍາ ຕຸລາ ພະຈິກ ໃນສິບ ສອງຣາສີປີນີ້ ເຈົ້າຕົນໝູ່ນີ້ຕ້ອງເຄາະ ຕ້ອງໂພຍ ຕ້ອງໄພ ຕ້ອງເຄາະຂີ້ໜຽດຈັງ ໄຮ ຕ້ອງເຄາະຕົວໃດໆກໍ່ດີ ວິນຍານະສັມປັນໂນ ອິຕິປິໂສພະຄະວາ ສະວະຫາ ຍະ ອົມນ້ຳບໍ່ແກ້ວໄຫຼຫຼັ່ງມາ ສາມພັນຄົນກິນບໍ່ມີບົກຫົກພັນຄົນກິນບໍ່ມີສ້ຽງ ກິນ ອີ່ມແລ້ວນ້ຳບໍ່ແກ້ວກໍ່ໄຫຼຫຼັ່ງລົງມາ ອົມ ອຸ ອະ 
ມຸ ມະ ມູນ ມາ

  
                                                       ໂຄງ

      ໂຄງຫຼືຄຳໂຄງແມ່ນຄຳປະພັນ ( ກອນ )ປະເພດໜຶ່ງທີ່ແຕ່ງຂື້ນດ້ວຍການໃຊ້ຄຳເວົ້າເກາະກາຍ
   ຫຼືຕິດຕໍ່ເນື່ອງສຽງກັນໄປໂຄງບໍ່ນີຍົມໃຊ້ຄຳສ້ອຍຄຳບຸບພະບົດຊາວລາວສະໄໝກ່ອນນີຍົມໃຊ້ໂຄງເພືອ
  ໂສກວັດຖຸຕ່າງໆດ້ວຍຄວາມຫວັງຢາກໃຫ້ວັດຖຸຫຼືສິ່ທີ່ຕົນຈະເຮັດນັ້ນໃຫ້ເປັນມຸງຄຸນ
      ຕົວຢ່າງ:
ໂຄງຕົວເພິງປະຈຳປີຄຸດກໍ່ເນົາຢູ່ຢັ້ງ ຫົນແຫ່ງບົວລະພາ ອາຄະເນແມວ ຢູ່ເຝືອແຝງຝັ້ນ
 ທັກສິນກ້ຳຣາຊສີ ແຫນແຫ ບັກເຄົ້າເມົ້າ ນັ່ງເຝົ້າຫໍລະດີປັດສີເມນາກກ້ຽວພັນດອນ ພາຍັບກ້ຳໂຄຈອນ
 ໜູຢູ່ ອຸດອນຊ້າງ ພາຍສານລ້ານເທືອນ ເລື່ອນໆ ງົວແມ່ລ້ານກິນຫຍ້າຝ່າຍອີສານ
          ໂຄງລືກໄຊ(ຊ້າງແກ້ວ). 
                 1ຄ່ຳ ຊ້າງແກ້ວຂື້ນສູ່ໂຮງຄຳ.
                 2ຄ່ຳ ຜີຟັງທຳປ່າຊ້າ.
                 3ຄ່ຳ ລ້າງມືຖ້າຄອງກິນ.
                 4ຄ່ຳ ປາຍຕີນຕາກແດດ.
                 5ຄ່ຳ ຜີແວດລ້ອມປອງເອົາ.
                 6ຄ່ຳ ລົງສຳເພົາໄປຄ້າ.
                 7ຄ່ຳ ເຄາະຢູ່ໜ້າຖ້າປະຈົນ.
                 8ຄ່ຳ ສົນລະວົນບໍ່ມ້ຽນ.
                 9ຄ່ຳ ຖືກສ້ຽນພະຣາມ.
                 10ຄ່ຳ ຫາຄວາມບໍ່ມີໄດ້.
                 11ຄ່ຳ ຂີ້ໄຮ້ເກີດເປັນດີ.
                 12ຄ່ຳ ບໍ່ມີດີຈັກຄາບ.
                 13ຄ່ຳ ມີໄຊຜາບແພ້ສັດ.
                 14ຄ່ຳ ມີສັດຕູປອງຂ້າ.
                 15ຄ່ຳ ບ່າຍໜ້າວາຍຊົນ

      ຄຳວ່າສານຫຼືກອນສານນີ້ກໍ່ແມ່ນຄຳປະພັນປະເພດໜຶ່ງທີ່ມີການເນື່ອງສຽງຄ້າຍຄືກອນອ່ານແລະ
ກອ່ນລຳອັນທີ່ແຕກຕ່າງຈາກກອນອື່ນໆກໍ່ຄືວ່າສານນຳໃຊ້ສັນທະກາວີແບບປະສົມ,ບໍ່ເຄງຄັດຕາຍໂຕໃນ
ຫຼັກການອັນສຳຄັນກໍ່ພຽງແຕ່ໃຫ້ເນືອງສຽງແຕ່ຍັງສະແດງໄດ້ອາລົມ.
ຕົວຢ່າງສານຈາກສາລິກາ
      ສານນີ້ ຂຽນທີ່ກຳຝ່າຍຫ້ອງປັກກິງນະຄອນໃຫຍ່ວັນທີ່ໃຈຄິດຮອດນ້ອງວຽງກວ້າງຖິ່ນໄກເດືອນ
ໄຂຫວນເຫັນໜ້າ ຈຶ່ງຂຽນມາຕ້ານຕໍ່ຫວັງຄິດຢາກພໍ້ຈຶ່ງລົງແຕ້ມແຕ່ງສານ.
      ໂອນໍ ສານນີ້ຊື່ວ່າສາບິການ້ອຍຜູ້ເນົາພອຍພາກຄູ່ໄປຮ່ວມຮຽນຮ່ຳຮູ້ວິຊາກ້າວຢູ່ຖິ່ນໄກ ຍາມໄປ
ມາຊົມຫຼິ້ນນະຄອນຫຼວງຄືວ່າມ່ວນຫາກແມ່ນມີນາດນ້ອງຄຽງຂ້າງຊິມ່ວນຫຼາຍ ຍາມເດືອນຫງາຍໃສແຈ້ງແຍງເງົາຄືຊິຄ່ອງງາມເດ ນ້ອງຜູ້ເນົາຢູ່ສ້າງວຽງພີ້ຊິລ່ຳແລບໍນໍ ນາງເອີຍອົດສາຊ້ອນສິ້ງ ຫຼິງຈັນ ເພັງຕາງພີ່ ເອົາເນີອ້າຍຜູ້ເນົາຢູ່ພຸ້ນ ກໍຊອມສິ້ງດັ່ງດຽວ ນີ້ແລ້ວ.
      ຍາມເຮົາແນມເບິ່ງຟ້າ  ກໍແມ່ນເວລານັ້ນ  ຄວາມຜູກພັນຮັກຫໍ່ທໍຮັບແສງອ່ອນນີ້ມດວງຈັນເຈົ້າ
ແຕ່ງລົງຄັນແມ່ນໃຈປະສົງອ້າຍ ຢາກໝາຍບິນເຫິນເມກພຸ້ນແລ້ວ ມາຫາແກ້ວແກ່ນຫຼ້າ ພະອວນຜູ້ຢູ່ໄກ
ດຽວນີ້ພໍແຕ່ໄດ້ແນມເບິ່ງແສງຈັນນວນ  ຕາງວ່າອົງນວນນາງອາດຊິແນມນຳໄດ້  ຍາມໃດຈັນຈອນເສົ້າ
ເຊົາໜີຢ່າຊິເບິ່ງ ນາງເອີຍ ຢ້ານວ່າໃຈມັນຊິຄິດຄ້ອຍໆ ພອຍເສົ້າດັ່ງຈັນ.
      ຄິດຮອດຫຼາຍຈິ່ງໄດ້ບາຍສໍແຕ້ມອັກສອນສານສົງ ດ້ວຍປະສົງຢາກວ່ານ້ອງຢູ່ຈັງໃດ ຄ່ຳຄືນວັນ
ຫຸງເຊົ້ານ້ອງຍັງຢູ່ສະບາຍສຸກ ຫຼືວ່າມີໃຈອຸກບໍ່ສະບາຍເບົາເນື້ອ ຫຼືວ່າເຂືອນນາງນ້ອງອວນແພງນ້ອງພີ່
ມີວຽກງານຍາກຫຍຸ້ງເກີນລ້ຳລື່ນປະມານ ນາງຜູ້ຢູ່ທາງບ້ານມີຂາວດີບອກອ້າຍແນ່  ຫຼ່ອນວ່າຫາຍໂສກ
ກູ້ມເຫງົາງ້ວງສວ່າງໃຈບໍ່ຮູ້
      ຄ້ອຍໃຈຫຼາຍວັນໄດ້ຄ້ອຍສານນາງບໍ່ຄືນຕອບບາງຄືນຮອດພ້ຳເພິລະເມິໃບ້ຈົມຫາ ຝັນວ່າອວນ
ອຸ່ນອ້າຍຂຽນສານຊາຍຕອບສົງ ບອກວ່າຄົງທ່ຽງໝັ້ນສະເໝີກີ້ກ່ອນມາ  ມືນຕາຂື້ນພັດແມ່ນຫ້ອງຮ່ວມ
ຮຽນເປັນໝູ່ ຜູ້ທຸກໃຈແມ່ນອ້າຍແສນເສົ້າແນບໃນ ລະທົມຫຼາຍນັ່ງເສົ້າເອົ້າອັ່ງບໍ່ມີວາຍ  ສານຊາຍກາຍ
ກາຍເປັນໝັນບໍ່ຕອບໂງຄືນໂຄ້ງອົດນາງສົງສານດ້ວຍຕົວອັກສອນຂຽນກ່າຍແນ່ແມ  ແມ່ນວ່າດີຫຼືຮ້າຍ
ຂໍໄດ້ຕອບສານແນ່ເດີ.
      ອ້າຍຂໍລາລົງສ້ຽງສຽງສານຊາຍຊິລາກ່ອນ ນາງເອີຍ ພອນໃດດີອ້າຍຂໍຍໍມ້ວນໃຫ້ພະອວນນ້ອງ
ຈົ່ງຢູ່ດີເທາະເນີ.


                                                      ຄຳໂສກ

            ຄຳໂສກແມ່ນວັນນະຄະດີລາວປະເພດໜຶ່ງເຊິ່ງກຳເນິດມາແຕ່ສະໄໝບູຮານພ້ອມກັບການຊອກ
ຮູ້ແລະດັດແປງທຳມະຊາດມາຮັບໃຊ້ຊີວິດການເປັນຢູ່ຂອງຕົນ.   ເມື່ອຈະເວົ້າເຖິງຄຳໂສກທີ່ປະຊາຊົນລາວເຄີຍ
ໃຊ້ເຫັນວ່າມີຫຼາຍປະເພດແຕ່ໂດຍທົ່ວໄປແລ້ວແມ່ນ ເວົ້າເຖິງອຸປະກອນໃນການຮັບໃຊ້ປະຈຳ
ວັນເຊັ່ນອຸປະກອນຮັບໃຊ້ໃນການລ່າສັດພາຫະນາທີ່ຢູ່ອາໄສເຮືອນຊານບ້ານຊອງແລະອື່ນໆ.
ເຊັ່ນໂສກແຮ້ວຫ້າງແຮ້ວຖຶກຕີນສານ ບໍ່ນາຂາດເປັນບັ້ນ ຖືກຄັນຢຽດລົງດີນ ນົກພາບີນສູ່ໄມ້ ໄດ້ສົມ
ດັ່ງໃຈປອງ ມີໃຈທອງຢາກເຂົ້າ ບໍ່ຕ້ອງເຝົ້າເຫິງນານ.
   ໂສກແປ້ນເຮືອນປູ່ຫອມຍ່າຫອມ ທ້ອນຫອມຂອງເວ້ ຂີ້ໄຮ້ເທົ່າຕາຍ ບາຍຖົງຄ້ຽວໝາກ ມັກປາກ ອົມບອນ  ຂອນຜີບໍ່ຂາດ ຍາດມິດມາລົມ ອຸດົມທຸກສິ່ງ ເປັນມິ່ງຂວັນເຮືອນ.
   ໂສກກ່ອນຕັດໄມ້ເຮັດເສົາເຮືອນຕົ້ນໄມ້ນີ້             ອູດດູດຄືໝູສີ
                                            ງ່າຍາວຮີ             ຄືຫາງນາກ
                                            ງ່າຊູກລູກຊາກລາກ      ຄືຫາງຫົງ
                                            ງ່າໂຊງລຸໂຊງໂລງ       ຄືເພີ່ນຊີເອົາຖົງເງິນຖົງຄຳມາຫ້ວຍ
                                            ງ່າອູ້ຊູ້ອ້ອຍຊ້ອຍ        ຄືໄຖ່ຂ້ອຍແລ່ນມາໂຮມ.
   ໂສກກອນເຮືອນຕ່ອນຄຳພູຖູລົງຮ່ອມຫອມສິນໄວ້ໄຮ້ເທົາຕາຍ ວາຍສະລັບ ດັບສິນໄຮ້ ໄດ້ໄພ່ມາ 
    ເຮືອນຂັນຄຳຕັ້ງສູ່ແຂກ.
   ໂສກປີ່ໂສກແຄນ:   ໂສກປີ່               ໂສກແຄນ
                             ມີຄົນມາແຫນ          ນັ່ງລ້ອມ
                             ສຽງມ່ວນພ້ອມ         ເສບເອົາໄຊ
                             ສຽງດັ່ງໄກ             ຊົມຊື່ນ
                             ໄດ້ຄຳໝື່ນ            ມາມື.
      ໂສກລົດແລະເຮືອ: 1. ຊື້ຖືກຂາຍແພງ. 2. ກິນແໜ່ງເພາະເຄົ້າ. 3. ຂີ້ຂ້າເກິດເປັນໄທ
4. ຫິນຜາແລ່ນມາຕ້ອນ. 5. ກ້ອນຄຳແໜນໃສຖົງ. 6. ທຽວຂື້ນຄາດແຄ້ວ. 7. ໄປຮອດແລ້ວຍ່ອມມາ
ດີ. 8ເສດຖີຍ່ອມມາໄຮ້ນອນຕື່ນໄດ້ຖົງຄຳ.

ຄຳຜະຫຍາຫຼືກອນຜະຫຍາແມ່ນຄຳກອນພື້ນເມືອງປະເພດໜຶ່ງໃນຈຳພວກກອນອ່ານແລະກອນ
ລຳເປັນບົດສັ້ນ.  ເປັນກອນທີ່ສະແດງເຖິງຫົວຄິດປັນຍາຄວາມສະຫຼາດຫຼັກແຫຼມຂອງປະຊາຊົນຜູ້ອອກແຮງງານເປັນຄຳເວົ້າທີ່ມີລັກສະນະເວົ້າແທ້ແກ້ແມ່ນ.  ຄຳຜະຫຍາເປັນຄຳທີພວກບ່າວສາວເວົ້າແກ້ກັນ
ເຊັ່ນ:
            ອ້າຍນີ້ບໍ່ແມ່ນຜີສາງເຊື້ອ     ທຽວທາງຫາຫຼອນຫຼອກ
                    ບໍ່ແມ່ນຄົນຊົ່ວຊ້າ          ຫາຂີ້ໃສ່ທາງ
                    ຄັນບໍ່ຮັກອ້າຍບໍ່ເວົ້າ        ຄັນບໍເອົາອ້າຍບໍ່ວ່າ
                    ໃຫ້ຜີຫ່າກິນນ້ອງ          ຄັນອ້າຍວ່າບໍ່ເອົາ.
                  ອ້າຍນີ້ວ່າແຕ່ໄດ້ນາດນ້ອງ   ມາຮ່ວມຮຽງສອງ
                    ບໍ່ໃຫ້ໝອງຫຍັງເລີຍ       ຊິຄ່ອຍປຸນປອງລ້ຽງ
                    ອ້າຍຊິໄປຮຽງຂ້າງ         ນຳນາງທຸກບບາດຍ່າງ
                    ຊິບໍປະປ່ອຍຮ້າງ          ໃຫ້ນາງຫຼ້າຢູ່ຜູ້ດຽວ.
                  ເຈົ້າຜູ້ຄີງບາງສ້ວຍ         ສວຍລວຍສະເໝີຫຼໍ່
                    ແມ່ນວ່າພໍ່ເຈົ້າປັ້ນ         ຫຼືອີນປັ້ນແຕ່ງມາ.  ນາງເອີຍ.
                  ຊາດທີ່ດວງຫອມນີ້         ຊິບານດານແລງເປົາ ເປັນລື
                    ໃຜຜູ້ມານັ່ງໃກ້            ຊົມແລ້ວບໍ່ຢາກໜີ
                  ສິບແມ່ນ້ຳ ຊາວແມ່ນ້ຳ      ກະຊິທໍ່ເຮືອຫາ
                    ສິບພູຜາ ຊາວພູຜາ        ກະຊິຖາງທາງດັ້ນ
                    ສິບຜາກັ້ນ               ຫີນຊັ້ນກະຊິສິ່ວ
                    ຄັນແມ່ນສິ່ວບໍ່ໄດ້          ຊິເຊິນຟ້າຝ່າລົງ.